วันจันทร์ที่ 30 ธันวาคม พ.ศ. 2562

ຈັດພິທີຝຶກອົບຮົມ ແນະນຳວິທີການສ້າງ, ອອກແບບ, ດັດແກ້, ປັບປຸງ ແລະ ນຳໃຊ້ແວັບບ໋ອກເກີ້ ທີ່ຫ້ອງການ ຊສ ເມືອງພະລານໄຊ


   
   

ໃນເວລາ  08 ໂມງ 00 ນາທີ  ຂອງວັນທີ 31 ທັນວາ 2019 ທາງທີມງານຂະແໜງແຜນການສະຖິຕິຂໍ້ມຸນຂ່າວສານ ໄດ້ຈັດຝຶກອົບຮົມກ່ຽວກັບວຽກງານການແນະນຳກ່ຽວກັບເວບບ໋ອກເກີ້ ແລະ ນຳໃຊ້ແວັບບ໋ອກເກີ້ ຂື້ນທີ່ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງພະລານໄຊ, ພາຍໄຕ້ການເປັນປະທານຂອງທ່ານ ສຸພາພອນ  ຮັງສົມບັດ ຫົວໜ້າຫ້ອງການຊສ ເມືອງພະລານໄຊພ້ອມດ້ວຍຄະນະ ແລະ ວິຊາການຈາກຂະແໜງ ຂຜສ ແລະ ເມືອງ ທັງໝົດ 11  ທ່ານ ,ຍິງ 04 ທ່ານ, ທ່ານ ພົນລະຄອນ  ສຸລິວົງ ໄດ້ສະ  ເໜີຈຸດປະສົງ ແລະ ໄດ້ຈັດພິທີຝຶກອົບຮົມ ແນະນຳວິທີການສ້າງ, ອອກແບບ. ປັງປຸງ ແລະ ນຳໃຊ້ແວັບບ໋ອກເກີ້, ຮຽນຮູ້ວິທີການອັບໂຫຼດ ຂໍ້ມູນເອກະສານດຳລັດ ແລະ ຂໍ້ຕົກລົງຕ່າງໆ ແນະນຳວິທີການຂຽນຂ່າວ, ເຜີຍແຜ່ຂໍ້ມູນວິຊາສະເພາະທີ່ກ່ຽວຂ້ອງ ກ່ຽວກັບວຽກງານຂະບວນການຕ່າງໆ ລົງແວັບບ໋ອກເກີ້.

        ມາຮອດເວລາ 15 ໂມງ 00 ນາທີ  ຂອງວັນທີ 31 ທັນວາ  2019 ພິທີຈັດຝຶກອົບຮົມໄດ້ຊິ້ນລຸດລົງ.

ไม่มีความคิดเห็น:

แสดงความคิดเห็น