ການຝຶກອົບຮົມກ່ຽວກັບວຽກງານຂໍ້ມູນຂ່າວສານໃຫ້ແກ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ



              ໃນຕອນເຊົ້າຂອງວັນທີ 14/1/2026 ເວລາ 8:30ນາທີ ເຂົ້າຮ່ວມການຝຶກອົບຮົມກ່ຽວກັບຄວາມຮູ້ພື້ນຖານ ຂັ້ນຕອນຂອງການຂຽນຂໍ້ມູນຂາວສານ ໄດ້ຈັດຂື້ນທີ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ໂດຍການເປັນປະທານກອງປະຊຸມ:  ທ່ານ ພັນທະມິດ ອິນທິລາດ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງພະລານໄຊ ມີຜູ້ເຂົ້າທັງໝົດ 13 ທ່ານ;ຍິງ 5 ທ່ານ ;ຄູ່ຝຶກ 4 ທ່ານ ຍິງ 2 ທ່ານ; 

               ໃນພິທີຄະນະຮັບຜິດຊອບການຈັດຝຶກອົບຮົມ ໄດ້ແນະນຳກ່ຽວກັບວຽກງານຂໍ້ມູນຂ່າວສານ ເຊັ່ນ:ການເພີ່ມ ອີເມວ,ຜູ້ຮັບຜິດຊອບໃນການເຜີຍແຜ່ຂໍ້ມູນຂ່າວສານ ຂອງແຕ່ລະໜ່ວຍງານໃຫ້ສອດຂ້ອງກັບໂຄງປະກອບກົງຈັກການຈັດຕັ້ງຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງພະລານໄຊ,ດ້ານວິຊາການໄດ້ແນນຳການຂຽນຂ່າວ,ການປັບປຸງເວບໄຊຂອງຫ້ອງການ ແລະ ແນະນຳການອັບໂຫຼດບັນດານິຕິກຳຕ່າງໆ.ທີ່ມີຄວາມກ່ຽວພັນໃນການຈັດຕັ້ງປະຕິບັດວຽກງານກະສິກຳ ແລະ ສິ່ງແວດລ້ອມ ຜ່ານທາງສື່ອອນລາຍ.



ไม่มีความคิดเห็น:

ขับเคลื่อนโดย Blogger.